IMG_0124
    ພິທີມອບ-ຮັບອາຄານຮຽນ 6 ຫ້ອງຮຽນຂະໜາດ 8x42 ແມັດມູນຄ່າ: 425.000.000 ກີບ ທຶນໃນການຊື້ວັດສຸດຸອຸປະກອນການກໍ່ສ້າງໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການມູນນິທິເກື້ອຝັນເດັກ,ພິທີດັ່ງກ່າວໄດ້ໄຂຂຶ້ນທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານ ອ່ອນຕາ ພົມມະຈິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ທ່ານ ທອງຈັນ ພັນທຸອາມາດ ຜູ້ອຳນວຍການໂຮງຮຽນ,ທ່ານ ເເດນຽວ ມາໂຄ ຊິກຟຣີ ຫົວໜ້າໂຄງການມູນນິທິເກື້ອຝັນເດັກ ,ມີຄະນະອຳນວຍການໂຮງຮຽນ,ພະນັກງານຄູອາຈານ ແລະ ແຂກເຂົ້າຮ່ວມພ້ອມດ້ວຍນັກສຶກສາຈຳນວນໜຶ່ງ.